YouthShaperz
“ Personal growth matters ”
ໃຫ້ພວກເຮົາເປັນສ່ວນໜຶ່ງໃນການເຕີບໂຕຂອງທ່ານ ✨☘️🇱🇦
06/09/2026
YouthShaperz ຢາກແນະນຳ!!!
📣📣📢 ຫຼັກສູດ 4 ອາທິດ ທີ່ອອກແບບມາເພື່ອພັດທະນາທັກສະທີ່ສຳເປັນສຳລັບການຮຽນ, ຊີວິດ ແລະ ໃນອະນາຄົດ 🥰
💡ໄລຍະເວລາ: 4 ອາທິດ
ອາທິດທີ 1: ການຄົ້ນພົບຕົວເອງ
ອາທິດທີ 2: ການຕັ້ງເປົ້າໝາຍ
ອາທິດທີ 3: ທັກສະການສື່ສານ
ອາທິດທີ 4: ພາວະຜູ້ນຳ
⏰ ໂມງຮຽນ: 17:30-19:00
📆 ມື້ຮຽນ: ວັນຈັນ, ພຸດ ແລະ ສຸກ (ເລີ່ມວັນຈັນ ທີ 7 ກັນຍາ ຈົນເຖິງວັນສຸກ ທີ 2 ຕຸລາ)
ສະໝັກໄດ້ທີ່: https://forms.gle/SaRRtTwMHWYnh98g6
🪷 ສິ່ງທີ່ຈະໄດ້ຮັບຫຼັງຮຽນຈົບ:
✅ ຮູ້ຈັກໂຕເອງຫຼາຍຂຶ້ນ: ວ່າມັກຫຍັງ? ໂຕເອງມີຄວາມສາມາດພິເສດຫຍັງ ແລະ ຊັດເຈນກັບໂຕເອງຫຼາຍຂຶ້ນວ່າຊິເຮັດຫຍັງໃນອະນາຄົດ
✅ ຕັ້ງເປົ້າໝາຍ: ພັດທະນາໂຕເອງ ແລະ ທັກສະເພື່ອໄປເຖິງເປົ້າໝາຍ ໂດຍມີຫຼັກສາກົນ ເຊັ່ນ: IKIGAI ແລະ Wheel of Life
✅ ການເປັນນັກສື່ສານທີ່ດີ: ໄດ້ເທັກນິກການເລົ່າເລື່ອງຈາກ ຫຼັກສູດ Speakology ແລະ ສື່ສານເຂົ້າໃຈກັນໃນຄວາມສຳພັນ
✅ ພາວະຜູ້ນຳ: ເຝິກຖ່າຍທອດໄອເດຍຂອງຕົນເອງໃຫ້ກັບກຸ່ມຄົນອື່ນໄດ້ເຂົ້າໃຈ, ເຝິກຟັງຢ່າງຕັ້ງໃຈ (active listening) ແລະ ທັກສະບໍລິຫານທີມ
ສະໝັກເລີຍ: 29.000₭ ຕໍ່ 1 ຄາບຮຽນ, ລາຄາລວມ 348.000₭ / ເດືອນ
⚠️‼️ ຍັງເຫຼືອ 6 ທີ່ນັ່ງເທົ່ານັ້ນ ‼️⚠️
02/09/2026
💬🤍 Family Talk — ພື້ນທີ່ນ້ອຍໆໆ ສຳລັບການໂອ້ລົມ ແລະ ຄວາມເຂົ້າໃຈ
ບັນຍາກາດພາຍໃນYouthShaperzຍຮອຍຍິ້ມ, ສຽງຫົວ ແລະ ບົດສົນທະນາດີໆ 🤍✨
ທຸກຄົນໄດ້ໃຊ້ເວລາຮ່ວມກັນ, ເປີດໃຈລົມກັນ, ແບ່ງປັນຄວາມຄິດເຫັນ ແລະ ຮັບຟັງເລື່ອງລາວຈາກກັນແລະກັນ. 🌱
ບາງຄັ້ງ ພຽງແຕ່ເຮົາຢຸດເພື່ອ “ຟັງ” ກັນຫຼາຍຂຶ້ນ ກໍອາດເຮັດໃຫ້ເຮົາ “ເຂົ້າໃຈ” ກັນຫຼາຍຂຶ້ນ. 🫶
ຂອບໃຈທຸກຄົນທີ່ມາຮ່ວມສ້າງບັນຍາກາດອົບອຸ່ນ ແລະ ຊ່ວງເວລາດີໆໃນ Family Talk ໄປນຳກັນ. 🤍
━━━━━━━━━━━━━━
💬🤍 Family Talk — A space for conversation, connection, and understanding.
The atmosphere was filled with warm smiles, laughter, and meaningful conversations. ✨
Everyone had the opportunity to spend time together, open up, share their thoughts, and listen to each other’s stories. 🌱
Sometimes, simply taking the time to truly “listen” can help us “understand” each other a little better. 🫶
Thank you to everyone who joined us and helped create such a warm and meaningful atmosphere at Family Talk. 🤍
Because sometimes, a simple conversation can be the beginning of a deeper connection.
13/08/2026
ກ໊ອກໆໆໆ
ກັບມາອີກແລ້ວການຮ່ວມມືລະຫວ່າງ YouthShaperz x NOVA 101 Club ໃນຫົວຂໍ້:
“Family Talk” ພາຍໃຕ້ແຄມເປນ Youth Talk: Open Heart Space 🌟
ເຊິ່ງເປັນງານທີ່ເປີດພື້ນທີ່ໃຫ້ໄວໜຸ່ມໄດ້ມາໂອ້ລົມ ແລະ ແລກປ່ຽນປະສົບການດ້ານຄອບຄົວຂອງຕົວເອງນຳກັນ! 🪴 ✨
🌟ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ:
✅ ພື້ນຖານການສື່ສານ ແລະ ພາສາຮັກພາຍໃນຄອຍຄົວ
✅ ການສົນທະນາ ແລກປ່ຽນປະສົບການເລື່ອງຄອບຄົວ ແລະ ອື່ນໆ
✅ ໄດ້ຮູ້ຈັກ ແລະ ພົບປະກັບຜູ້ເຂົ້າຮ່ວມທີ່ສົນໃຈໃນເລື່ອງດຽວກັນ;
🌟ເງື່ອນໄຂຜູ້ເຂົ້າຮ່ວມ:
✅ ໄວໜຸ່ມລາວອາຍຸລະຫວ່າງ 15-25 ປີ ບໍ່ຈຳກັດເພດ!
✅ ໄວໜຸ່ມທີ່ມີຄວາມສົນໃຈໃນຫົວຂໍ້ທີ່ຈັດຂຶ້ນ;
✅ ຜູ້ທີ່ຢາກພັດທະນາຕົນເອງ ແລະ ຢາກຫາປະສົບການໃໝ່ໆ;
✅ ຜູ້ທີ່ສາມາດເຂົ້າຮ່ວມງານຕາມໄລຍະເວລາທີ່ກຳນົດໄວ້.
ລາຍລະອຽດຂອງວັນ ແລະ ເວລາຈະມີດັ່ງນີ້:
🗓️ ວັນທີ: 15 ສິງຫາ 2026
⏰ ເວລາ: 13:00-16:30
📍ສະຖານທີ່: STELLA Training Center (ບ້ານຫັດສະດີ, ຮ່ອມສຳນັກງານໃຫຍ່ JDB )
https://maps.app.goo.gl/jfVjH2Uj6amfquH59?g_st=awb
✨ພິເສດ: ເຂົ້າຮ່ວມຟຣີ ຮັບຈຳນວນຈຳກັດ (ຄັດຕາມແບບຟອມ)
➡️ ຖ້າທ່ານສົນໃຈ, ສາມາດສະໝັກໄດ້ເລີຍທີ່: https://forms.gle/w8rEBj7AngtFtwdx7
☎️ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
🔹 Facebook: YouthShaperz
🔹 Email : [email protected]
🔹 WhatsApp: +8562055390007 ( Khamlar Veeluangchan )
ຢ່າລືມສະໝັກເຂົ້າມາຮ່ວມກັນເດີ ແລະ ຂໍໃຫ້ທຸກຄົນໂຊກດີ, ຂໍຂອບໃຈ 😊❤
10/08/2026
YouthShaperz ເລົ່າຕໍ່ 📢
ເປີດຮັບລົງທະບຽນແລ້ວ!
ໄວໜຸ່ມທົ່ວປະເທດສາມາດສະໝັກໄດ້❤️🔥
🎉 ເນື່ອງໃນໂອກາດ ວັນໄວໜຸ່ມສາກົນ ປີ 2026, ກຸ່ມໄວໜຸ່ມ Women for the Future ຮ່ວມກັບ UNFPA ປະຈຳ ສປປ ລາວ ຂໍເຊີນຊວນໄວໜຸ່ມ ແລະ ຜູ້ສົນໃຈທຸກທ່ານເຂົ້າຮ່ວມຮັບຊົມ Live Panel Discussion ກິດຈະກໍາອອນລາຍພາຍໃຕ້ການສົນທະນາຂອງໄວໜຸ່ມໃນຫົວຂໍ້:
“ພະລັງສຽງຂອງໄວໜຸ່ມ: ເມື່ອສຽງຂອງພວກເຮົາໄດ້ຖືກຮັບຟັງໃນສັງຄົມ” (Power Youth Sharing: Let Youth Voices Be Heard)
💬 ຂໍເຊີນທ່ານມາຮ່ວມແລກປ່ຽນຄວາມຄິດເຫັນ, ຮຽນຮູ້ກ່ຽວກັບການຊອກຫາໂອກາດຂອງໄວໜຸ່ມໃນສັງຄົມ, ແລະ ຮ່ວມສົນທະນາກັບແຂກຮັບເຊີນພິເສດ. ພ້ອມທັງຮ່ວມກິດຈະກໍາ Kahoot Quiz ເພື່ອລຸ້ນຮັບຂອງລາງວັນຂອງທີ່ລະນຶກຈາກ UNFPA 🧡🎁.
🎙️ ຮ່ວມຮັບຟັງມຸມມອງຈາກ 4 ໄວໜຸ່ມຜູ້ມີສ່ວນຮ່ວມໃນການປ່ຽນແປງໃນສັງຄົມ:
• ນາງ ລັດດາວັນ ແກ້ວດາລາ – Founder of NaturePreneur
• ນາງ ວຽງສະຫວັນ ວິລະວັງສອນ – Local Low Waste Laos & Influencer
• ທ້າວ ສິລິໄຊ ວົງສໍາພັນ –Global Partnership for Education (GPE) Youth Leader
• ທ້າວ ໄຊຊະນະ ພັນເເພງດີ – Founder of ALLO FAM for Education
🎤 ດຳເນີນລາຍການໂດຍ:
Alanya Deleuth (Co-Founder of Women for the future)
📅 ວັນທີ: ວັນເສົາ ທີ15 ສິງຫາ 2026
🕒 ເວລາ: 15:00 – 17:00 ໂມງ
💻 ຮູບແບບ: Google Meet ແລະ Facebook Live
📌 ຜູ້ສົນໃຈສາມາດລົງທະບຽນໄດ້ທີ່:
🔗 https://forms.gle/if98fHSbWG4tqT9X9
ຫຼື ສະເເກນໃນໂພສເຕີໄດ້ເລີຍ
📅 ປິດຮັບລົງທະບຽນ: ວັນສຸກທີ14 ສິງຫາ 2026 12:00 ຕອນສວາຍ
💛 ມາຮ່ວມກັນສ້າງພື້ນທີ່ ທີ່ສຽງຂອງໄວໜຸ່ມໄດ້ຖືກຮັບຟັງ ແລະ ຮ່ວມກັນຂັບເຄື່ອນການປ່ຽນແປງທີ່ດີໃນສັງຄົມ.
06/08/2026
YouthShaperz ຢາກແນະນຳ 📣
💫 Seek Forward: Turning Biodiversity into Opportunities Workshop 🪴
“ຊີວະນານາພັນ" ບໍ່ໄດ້ແມ່ນພຽງແຕ່ສິ່ງທີ່ຢູ່ອ້ອມຂ້າງໃນຊີວິດປະຈຳວັນຂອງເຮົາ ແຕ່ມັນຕໍ່ຍອດໃຫ້ກາຍເປັນ "ໂອກາດໃໝ່" ທີ່ສ້າງ Impact ແລະ ເຕີບໂຕໄດ້! 🤩
⭐️ ເຈົ້າປີກ ຂໍເຊີນຊວນໄວໜຸ່ມໄຟແຮງ ແລະ ຜູ້ທີ່ມີຄວາມສົນໃຈດ້ານສິ່ງແວດລ້ອມທຸກໆຄົນ ເຂົ້າຮ່ວມ Workshop ສຸດພິເສດ ທີ່ຈະພາທຸກຄົນໄດ້ຮູ້ຈັກກັບ 2 ຫົວຂໍ້ດັ່ງນີ້:
🍃 Turning Biodiversity into Youth Project Opportunities: ເປີດມຸມມອງການເຮັດໂຄງການໄວໜຸ່ມ ດ້ານສິ່ງແວດລ້ອມ ແລະ ຮັບຟັງປະສົບການຈິງຈາກ
Ms. Viengsavanh VILAVANGSONE, Founder- Local Low Waste and OLO Creative Creator
🌎 Turning Biodiversity into Career & Business Opportunities: ເຈາະເລິກທຸລະກິດສີຂຽວ ແລະ ເສັ້ນທາງອາຊີບສິ່ງແວດລ້ອມ ຈາກປະສົບການຈິງນຳ Mr. Ophakorn Kouphokham, Founder & Managing Director - XM Technovator
ມາປ່ຽນຄວາມຮັກໃນສິ່ງແວດລ້ອມໃຫ້ເປັນໂອກາດສ້າງການປ່ຽນແປງໄປນຳກັນ! 💚✨
❇️ ລາຍລະອຽດງານ:
📆 ວັນອາທິດ 09/08/2026
⏰ ເວລາ: 08:30 - 12:15
📍 ສະຖານທີ່: Varee Cafe
👉 ລົງທະບຽນ: https://forms.gle/UKi8uQsnT3SLNYoP7
⚠️ ປິດຮັບສະໝັກ ວັນສຸກ 07/08/26 ເວລາ: 23:59 ‼️
ຊ່ອງທາງຕິດຕໍ່:
📧 ອີເມວ: [email protected]
📞 ເບີໂທ/WhatsApp: +856 20 92 831 040
📲 IG: JaoPeek
#ເຈົ້າປີກ
17/07/2026
カイトムからこんにちは!🎓🇯🇵
ເປີດແລ້ວຄອສວິຊາຄະນິດສາດພື້ນຖານຮຸ່ນທີ 3 ເພື່ອກຽມສອບເສັງທຶນລັດຖະບານຍີ່ປຸ່ນ “MEXT Scholarship” ສຳລັບນ້ອງໆ ທີ່ມີເປົ້າໝາຍຢາກໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ແລະ ຕ້ອງການກຽມຕົວສຳລັບສອບເສັງທຶນ MEXT ໃຫ້ມີຄວາມພ້ອມຫຼາຍຂຶ້ນ ✨
ຄອສນີ້ເນັ້ນສອນລົງເລິກ “ຄະນິດສາດພື້ນຖານ ສຳລັບສອບເສັງທຶນ MEXT” ໂດຍສະເພາະສຳລັບຜູ້ທີ່ຕ້ອງການປູພື້ນຖານ ເພີ່ມຄວາມເຂົ້າໃຈ ແລະ ຝຶກແກ້ໂຈດຢ່າງເປັນລະບົບ.... ຫຼາຍໆຄົນກັງວົນວ່າ “ຄະນິດສາດຍາກ” ຫຼື “ບໍ່ຮູ້ຈະເລີ່ມອ່ານຈາກບ່ອນໃດ” ຄອສນີ້ຈຶ່ງອອກແບບມາເພື່ອຊ່ວຍໃຫ້ນ້ອງໆ ເຂົ້າໃຈໃນເນື້ອຫາໄດ້ງ່າຍຂຶ້ນ ພ້ອມເທັກນິກການຄິດວິເຄາະ ແລະ ການແກ້ໂຈດທີ່ໃຊ້ໄດ້ຈິງໃນການສອບເສັງ 📚✍️
✨ ສິ່ງທີ່ຜູ້ຮຽນຈະໄດ້ຮັບຜ່ານຄອສ
📌 ປູພື້ນຖານຄະນິດສາດທີ່ໃຊ້ໃນການສອບເສັງທຶນ MEXT ມີຫຼາຍເຖິງ 7 ຫົວຂໍ້ເຊັ່ນ: ເລຂາຄະນິດ, ພຶດຊະຄະນິດ, ເລຂາວິເຄາະ, ຄ່າກະຕວງ ແລະ ອື່ນໆ
📌 ສອນຕັ້ງແຕ່ພື້ນຖານໄປຈົນເຖິງຂັ້ນປະຍຸກໃຊ້
📌 ຝຶກແກ້ໂຈດບັນຫາ ພ້ອມອະທິບາຍແນວຄິດແບບລະອຽດ
📌 ເທັກນິກການວິເຄາະໂຈດບັນຫາ ແລະ ການຈັດການເວລາໃນການສອບເສັງ
📌 ສະຫຼຸບເນື້ອຫາສຳຄັນທີ່ອອກເສັງປະຈຳໃນແຕ່ລະປີ
📌 ເພີ່ມຄວາມໝັ້ນໃຈໃນການເຮັດຂໍ້ສອບເສັງໃຫ້ໄດ້ແທ້
💡 ຄອສນີ້ເໝາະສົມສຳລັບ:
✅ ຜູ້ທີ່ກຳລັງກຽມສອບເສັງທຶນ MEXT ລະດັບຊັ້ນສູງທົ່ວໄປ, ຊັ້ນສູງເຕັກໂນໂລຊີ ແລະ ປະລິນຍາຕີໃນປິ 2027 (MEXT 2028)
✅ ຜູ້ທີ່ຕ້ອງການປູພື້ນຖານຄະນິດສາດຄືນໃໝ່
✅ ຜູ້ທີ່ຢາກເພີ່ມຄວາມຮູ້ວິຊາຄະນິດສາດ
✅ ນັກຮຽນທີ່ຕ້ອງການຝຶກແກ້ໂຈດ ແລະ ພັດທະນາທັກສະການຄິດວິເຄາະ
👩🏫 ຜູ້ສອນ: ແສງມະນີ ສີຊານົນ (Sengmany Sisanon) “ຄູໄຂ່ຕົ້ມ” (ມີປະສົບການສອນຄະນິດສາດມາຫຼາຍປີ)
🌟 ຜົນງານຈາກນັກຮຽນຮຸ່ນຜ່ານມາ
📌 ຮຸ່ນທີ 2
✅ ສອບເສັງຜ່ານ ແລະ ໄດ້ຮັບທຶນ 1 ຄົນ (ຈາກນັກຮຽນ 7 ຄົນ)
📌 ຮຸ່ນທີ 1
✅ ສອບເສັງຜ່ານ ແລະ ໄດ້ເຂົ້າສຳພາດ 3 ຄົນ (ຈາກນັກຮຽນ 9 ຄົນ)
📚 ໄດ້ຮຽນຫຼາຍກວ່າ 65 ຊົ່ວໂມງ
⏰ ຮຽນທຸກໆວັນເສົາ ເວລາ 09:00 - 12:00
📅 ໄລຍະການຮຽນ ຕັ້ງແຕ່ ເດືອນ 07 ເຖິງເດືອນ 12
💻 ຮຽນເປັນຮູບແບບອອນລາຍຜ່ານ Google Meet / Discord
🔥 ຈຸດເດັ່ນຂອງຄອສ
✨ ຮຽນແບບເປັນກັນເອງ, ເຂົ້າໃຈງ່າຍ, ເນັ້ນເຂົ້າໃຈແທ້ ບໍ່ແມ່ນພຽງການຈື່ຈຳ
✨ ມີການວັດລະດັບຄະນິດສາດກ່ອນທີ່ເຂົ້າຮຽນ ເພື່ອໃຫ້ຜູ້ຮຽນໄດ້ຮູ້ພື້ນຖານຂອງຕົນເອງ
✨ ເໝາະສົມສຳລັບຄົນທີ່ພື້ນຖານອ່ອນ ແລະ ຄົນທີ່ຢາກເພີ່ມຄວາມຮູ້ວິຊາຄະນິດສາດຕື່ມ
✨ ຄອສອອກແບບມາເພື່ອກຽມທຶນເປັນຢ່າງດີ. ມີນັກຮຽນຈາກຮຸ່ນທີ1 -2 ສອບເສັງທຶນຜ່ານຫຼາຍກວ່າ 5 ຄົນ ແລະ ຍັງໄດ້ຮັບທຶນຜ່ານຄອສຂອງພວກເຮົາອີກ
✨ ມີການຕິດຕາມ ແລະ ການປະເມີນການພັດທະນາການຮຽນຮູ້ຂອງຜູ້ຮຽນຢ່າງດີ
✨ ມີການເຝິກອົບຮົມເລື່ອງຝິກຊ້ອມການສຳພາດ, ການຊ່ວຍເຫຼືອການຂຽນໃບສະໝັກ ແລະ ການຂຽນບົດຮຽງຄວາມ (Essay), ການສຳມະນາຈາກຜູ້ທີ່ໄດ້ຮັບທຶນຕົວຈິງ ເພື່ອແນະນຳແນວທາງໃນການສະໝັກ ແລະ ແບ່ງປັນການດຳລົງຊີວິດທີ່ຍີ່ປຸ່ນ
✨ ມີການໃຫ້ຄຳແນະນຳຕະຫຼອດໄລຍະເວລາໃນການສະໝັກທຶນທັງການຂຽນໃບສະໝັກ, ການຂຽນ Essay, ການໃຫ້ສຳພາດ ແລະ ແລ່ນເອກະສານຕ່າງໆ ນັບຕັ້ງແຕ່ມື້ສະໝັກຈົນໄດ້ຮັບທຶນ.
⚠️ຮັບຈຳນວນຈຳກັດ !
ເພື່ອໃຫ້ສາມາດເບິ່ງຜູ້ຮຽນໄດ້ຢ່າງທົ່ວເຖິງ
🇯🇵 ຖ້າສົນໃຈສະໝັກຮຽນ ສາມາດເຂົ້າມາຈອງບ່ອນນັ່ງໄດ້ເລີຍທີ່: https://forms.gle/QXR6ivE4eLGVSi5J6
📩 ຫຼື ມີຄຳຖາມສອບຖາມລາຍລະອຽດເພີ່ມເຕີມໄດ້ຜ່ານທາງຂໍ້ຄວາມເລີຍເດີ ທີ່ເພຈ KhaiTom Talent Lab ຫຼື
ເບີ WA: 02058263656 (ແສງມະນີ)
ເບີ WA: 02055390007 (ຄຳຫຼ້າ) ✨
#ທຶນMEXT #ຮຽນຕໍ່ຍີ່ປຸ່ນ #ທຶນລັດທະບານຍີ່ປຸ່ນ #ຮຽນຕໍ່ຕ່າງປະເທດ #ຄະນິດສາດ #ໄຂ່ຕົ້ມ
10/07/2026
📚✨ ກ໊ອກໆໆໆ !
KhaiTom Talent Lab ເປີດບໍລິການ Tutor Service ຊ່ວຍໃຫ້ນ້ອງໆ ພັດທະນາທັກສະ ແລະ ເພີ່ມຄວາມໝັ້ນໃຈໃນການຮຽນ ພ້ອມກັບອາຈານສອນທີ່ມີຄຸນນະພາບ ແລະ ໃສ່ໃຈດູແລຢ່າງໃກ້ຊິດ 💙💛
📌 ວິຊາທີ່ເປີດສອນ:
➗ Mathematics (ຄະນິດສາດ)
🇬🇧 English (ພາສາອັງກິດ)
🧪 Chemistry (ເຄມີ)
⚛️ Physics (ຟິຊິກ)
📖 Lao (ພາສາລາວ)
💻 ຮຽນ Online ສະດວກທຸກບ່ອນ ທຸກເວລາ
🏫 ຮຽນ On-site ຮຽນໃກ້ຊິດ ເຂົ້າໃຈງ່າຍ
✨ ຄູສອນຄຸນນະພາບ ໃນລາຄາທີ່ເຂົ້າເຖິງໄດ້
ສົນໃຈສະໝັກຮຽນ ຫຼື ສອບຖາມລາຍລະອຽດເພີ່ມເຕີມ:
📩 Inbox: KhaiTom Talent Lab
📱 WhatsApp: +85620 55390007 | +85620 58263656
#ຮຽນພິເສດ #ຄູສອນພິເສດ #ພັດທະນາຕົນເອງ
09/07/2026
🌟 SEEK OUT Video Competition 🔎
“Biodiversity in Your Daily Life – ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ” 🌱
🎥 ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ…
ຈານອາຫານທີ່ເຮົາກິນ 🍲 ສວນຫຼັງບ້ານທີ່ເຮົາຍ່າງຫຼິ້ນ 🌳 ຫຼື ສິ່ງນ້ອຍໆ ໃນຊີວິດປະຈຳວັນ ທີ່ເຮົາອາດບໍ່ເຄີຍສັງເກດ!
🎬 ເຈົ້າປີກ ຂໍເຊີນຊວນໝູ່ເພື່ອນທຸກໆຄົນ ເຂົ້າຮ່ວມການແຂ່ງຂັນວິດີໂອສັ້ນ ທີ່ທັງໜ້າຕື່ນເຕັ້ນ ແລະ ສຸດຈະຄຸ້ມ 🔥ໃນຫົວຂໍ້: “Biodiversity in your Daily Life - ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ” 🌱
🏆 ພ້ອມລຸ້ນຊິງລາງວັນມູນຄ່າຫຼາຍກວ່າ 5.000.000 ກີບ‼️
📋 ເງື່ອນໄຂການສະໝັກ
- ສະມາຊິກທີມ 1–5 ຄົນ
- ບໍ່ຈຳກັດເພດ ແລະ ອາຍຸ
- ຄວາມຍາວວິດີໂອ 2–5 ນາທີ
- ວິດີໂອແນວຕັ້ງ ຫຼື ແນວນອນ
- ສາມາດໃຊ້ຮູບພາບ ຫຼື ວິດີໂອທີ່ຖືກລິຂະສິດຈາກ internet ໄດ້
- ບໍ່ສາມາດນຳໃຊ້ AI ເຂົ້າໃນການເຮັດວິດີໂອ
- ຮູບແບບອິດສະຫຼະ (Short Film • Documentary • Educational • Vlog • Creative Video)
- ຕ້ອງໃສ່ໂລໂກ້ JaoPeek ແລະ ຜູ້ສະໜັບສະໜູນ (ພາຍຫຼັງລົງທະບຽນເຂົ້າກຸ່ມແລ້ວ ທີມງານຈະສົ່ງໃຫ້)
🏆 ສິ່ງທີ່ຈະໄດ້ຮັບ
🥇 Winner
ລາງວັນລວມມູນຄ່າຫຼາຍກວ່າ 2,500,000 ກີບ
💰 ເງິນສົດ 700,000 ກີບ • 🎬 Major Cineplex • 🎳 Blu-O Bowling • 🥤 Mineral Premium • 🎁 Gift Set
🥈 First Runner-up
ລາງວັນລວມມູນຄ່າຫຼາຍກວ່າ 1,500,000 ກີບ
💰 ເງິນສົດ 500,000 ກີບ • 🎬 Major Cineplex • 🎳 Blu-O Bowling • 🥤 Mineral Premium • 🎁 Gift Set
🎖 Popular Vote
ລາງວັນລວມມູນຄ່າຫຼາຍກວ່າ 700,000 ກີບ
💰 ເງິນສົດ 200,000 ກີບ • 🎳 Blu-O Bowling • 🎁 Gift Set
❇️ ທຸກທີມທີ່ເຂົ້າຮ່ວມການແຂ່ງຂັນ ຈະໄດ້ຮັບ Team Certificate ແລະ Individual E-Certificate📜
*️⃣ ເກນການຕັດສິນຄະແນນ 📍
💡ວິດີໂອມີຄວາມຄິດສ້າງສັນໃນການນຳສະເໜີ ແລະ ສອດຄ່ອງກັບຫົວຂໍ້
ℹ️ ຂໍ້ມູນຖືກຕ້ອງ, ເຂົ້າໃຈງ່າຍ ແລະ ເປັນປະໂຫຍດຕໍ່ສັງຄົມ
ເກນການນັບຄະແນນ (Popular Vote📲) :
👍 ກົດ Like ວິດີໂອທີ່ທ່ານມັກ = 1 ຄະແນນ
❤️ ກົດ Love ວິດີໂອທີ່ທ່ານມັກ = 2 ຄະແນນ
↪️ ກົດ Share ວິດີໂອທີ່ທ່ານມັກ = 3 ຄະແນນ
💬 ກົດ Like ຫຼື Follow ເພຈ “JaoPeek - ເຈົ້າປີກ” ແລ້ວແຄັບໜ້າຈໍ ສົ່ງລົງກ້ອງຄອມເມັ້ນຂອງວິດີໂອທີ່ທ່ານມັກ = 4 ຄະແນນ
®️ ວິທີການສະໝັກ:
- Scan QR Code ຫຼື ລົງຖະບຽນຜ່ານລິ້ງເພື່ອເຂົ້າກຸ່ມຮັບຂໍ້ມູນ ແລະ ສົ່ງຜົນງານ
🔗 https://forms.gle/6ZFSuAGm3VkQ2Ts67
⚠️Deadline ສົ່ງຜົນງານ‼️
23 ກໍລະກົດ 2026 | 23:59 ⏰
➡️ ໝາຍເຫດ: ຈະບໍ່ມີການປິດລົງຖະບຽນ ແລະ ສາມາດສະໝັກມາໄດ້ເລື້ອຍໆ ຈົນກວ່າຈະເຖິງມື້ປິດສົ່ງຜົນງານ
ຊ່ອງທາງຕິດຕໍ່:
📧 ອີເມວ: [email protected]
📞 ເບີໂທ/ວັອດແອັບ: +856 20 92 831 040
📲 ໄອຈີ: JaoPeek
#ເຈົ້າປີກ
08/07/2026
[English Text Below]
ເຮໂລ~~ ທຸກຄົນມື້ນີ້ມາຮອດແລ້ວຂ່າວດີສຸດພິເສດຂອງ NOVA101 Club. 🙀
📌 ພວກເຮົາ NOVA 101 Club ກຸ່ມໄວໜຸ່ມອາສາໝັກທີ່ສົ່ງເສີມທັກສະ Soft skills ເເລະ ຄວາມໝັ້ນໃຈໄວໜຸ່ມຜ່ານການເຮັດກິດຈະກຳ ເເລະ ຕອນນີ້ເຮົາໄດ້ເປີດໃຫ້ທຸກຄົນມາເປັນສະມາຊິກກັບ NOVA 101 Club ຂອງພວກເຮົາໄດ້ແລ້ວມື້ນີ້ ສຳລັບຄົນທີ:
• ຢາກພັດທະນາຕົນເອງ ແລະ ເປັນສ່ວນໜຶ່ງໃນການພັດທະນາໄວໜຸ່ມ.
• ຢາກພົບປະກຸ່ມຄົນໃໝ່ໆ ແລະ ຮຽນຮູ້ການເຮັດວຽກເປັນທີມ ພ້ອມທັງຮຽນຮູ້ທັກສະ Soft skills & Hard Skills.
• ໄດ້ມີໂອກາດເຮັດວຽກນຳໄວໜຸ່ມ ທີມີເປົ້າໝາຍດຽວກັນໃນການເປັນຜູ້ນຳໃນການປ່ຽນແປງສັງຄົມ.
• ມີເເນວຄິດຢາກປ່ຽນເເປງສັງຄົມ ເເລະ ສົນໃຈທີ່ຈະຮ່ວມເດີນທາງເຮັດພາລະກິດໄປກັບເຮົາໃນການເຮັດກິດຈະກຳ ຫຼື ສ້າງ ນະວັດຕະກຳທີ່ນຳໃຊ້ເຂົ້າໃນການພັດທະນາໄວໜຸ່ມລາວ.
✨ ພວກເຮົາກຳລັງຊອກຫາເພື່ອນໆທີ່ມີ:
• ອາຍຸ 15 ຫາ 24 ປີ.
• ກຳລັງອາໄສຢູ່ ນະຄອນຫຼວງວຽງຈັນ .
• ທຸກເພດ ເເລະ ສັນຊາດເເມ່ນສະໝັກໄດ້!
• ສາມາດມີສ່ວນຮ່ວມໃນກິດຈະກຳ, ເຂົ້າຮ່ວມປະຊຸມ ແລະ ກະກຽມງານຕ່າງໆໃນວັນເສົາ–ອາທິດ ໃນໄລຍະເວລາ 1 ປີ.
• ຄວາມສົນໃຈ ເເລະ ມັກຮັກໃນການເຮັດວຽກອາສາໝັກ ແລະ ພັດທະນາໄວໜຸ່ມກັນເອງ.
• ຄົນທີ່ບໍ່ມີປະສົບການໃນການເປັນອາສາສະໝັກມາກ່ອນ ແຕ່ມີຄວາມຕັ້ງໃຈ ພວກເຮົາກໍຮັບເຊັ່ນກັນ.
💼ພວກເຮົາກຳລັງເປີດຮັບໃນທີມດັ່ງນີ້:
1. ທີມຈັດຕັ້ງປະຕິບັດ ເເລະ ກິດຈະກຳ (Operation & Activity) :
• Facilitator ຜູ້ອຳນວຍຄວາມສະດວກ
• Coordinator ຜູ້ປະສານງານ
2. ທີມມີເດຍ ເເລະ ປະຊາສຳພັນ (Media & PR) :
• Video Editor ຄົນຕັດຕໍ່ວິດີໂອ
• Photographer ຄົນຖ່າຍຮູບ
• Content creator ຄອນເທັ້ນຄຮີເອດເຕີ
Graphic designer ນັກອອກເເເບບກຣາຟິກ
3. ຜູ້ນຳພາທີມ:
• ທີມຈັດຕັ້ງປະຕິບັດ
• ທີມມີເດຍ
📄 ຜູ້ໃດທີ່ສົນໃຈທີ່ຢາກມາເປັນສ່ວນໜຶ່ງກັບ NOVA 101 Club ສາມາດສະໝັກໄດ້ເລີຍທີ່ລີ້ງທາງລຸ່ມນີ້:
https://docs.google.com/forms/d/e/1FAIpQLSeo40JwXh2e8nalOrNNyGenYpkdhQO2frbHD0qVLzoZ31ukuw/viewform?usp=dialog
⏱️ ສະໝັກໄດ້ເເລ້ວມື້ນີ້ ຈົນເຖິງ 17 ກໍລະກົດ 2025 12:00 (ຕອນບ່າຍ)
(ອາດມີການປ່ຽນແປງອີງຕາມຈຳນວນຄົນສະໝັກ)
📞ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ FB:
NOVA 101 Club
W.A:
+856 20 59 303 824 (ນ້ຳເຜິ້ງ)
!ໝາຍເຫດ! ຜູ້ທີ່ໄດ້ຖືກຄັດເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ກັບຈາກ NOVA 101 Club.
ຢ່າພາດໂອກາດດີໆເເບບນີ້, ເເລະ ເເທັກໝູ່ເພື່ອນມາສະໝັກນຳກັນຫຼາຍ, ຂໍໃຫ້ທຸກຄົນໂຊກດີເດີ້~ 😽
Hello everyone~~ The day has finally arrived with a super special announcement from NOVA101 Club! 🙀
📌 Who are we?
We are NOVA101 Club, a youth volunteer group dedicated to empowering young people by boosting their soft skills and self-confidence through engaging activities. Today, we are officially welcome onboard for new members to join our family!
This opportunity is perfect for anyone who:
-Wants to develop themselves and be a part of empowering the youth.
-Wants to meet new people, practice teamwork, and learn both Soft Skills and Hard Skills.
-Wants the opportunity to work alongside like-minded youth driven to become leaders of social change.
-Believes in social change and is ready to embark on a mission with us to create activities or innovations that uplift Lao youth.
✨ Who We Are Looking For:
Age between 15 to 24 years old.
Currently residing in Vientiane Capital.
Any gender or Nationality all can apply.
Able to participate in activities, attend meetings, and help prepare for events on Saturdays and Sundays throughout a 1-year term.
Passionate about volunteering and youth development.
No prior volunteer experience? No problem! As long as you are dedicated and motivated, we welcome you to apply.
💼 Open Positions:
1. Operation & Activity Team
• Facilitator
• Coordinator
2. Media & Public Relations Team
• Video Editor
• Photographer
• Content Creator
• Graphic Designer
3. Team Leaders
• Activity Team Leader
• Media Team Leader
📄 How to Apply:
If you are ready to become a part of NOVA101 Club, click the link below to apply now:
👉 https://forms.gle/TuhsthdUvjPqkzMz9
⏱️ Application Deadline: From today until July 17, 2025, at 23:59 (Subject to change depending on the number of applicants).
📞 For more information, please contact:
Facebook: NOVA 101 Club
WhatsApp: +856 20 59 303 824 (Namphueng)
⚠️ Note: Only shortlisted candidates will be contacted by NOVA101 Club.
Don't miss out on this great opportunity! Tag your friends to apply together. Best of luck to everyone! 😽
28/06/2026
💙 Love Talk Workshop 💙
ບັນຍາກາດພາຍໃນງານເຕັມໄປດ້ວຍຮອຍຍິ້ມ, ນ້ຳຕາ, ສຽງຫົວ ແລະ ບົດສົນທະນາທີ່ມ່ວນຊື່ນ ຕະຫຼອດທັງກິດຈະກຳ ຜູ້ເຂົ້າຮ່ວມທຸກຄົນໄດ້ຮ່ວມແບ່ງປັນປະສົບການ ແນວຄິດຮ່ວມກັນ ຜ່ານການສື່ສານທີ່ຈິງໃຈ ແລະ ການຮັບຟັງດ້ວຍຄວາມເຂົ້າໃຈ
ຂໍຂອບໃຈຜູ້ເຂົ້າຮ່ວມທຸກຄົນທີ່ເປີດໃຈ ຮຽນຮູ້ ແລະ ມີສ່ວນຮ່ວມໃນທຸກຊ່ວງເວລາຂອງກິດຈະກຳ. ພະລັງບວກ, ຄວາມຕັ້ງໃຈ ແລະ ປະສົບການທີ່ທຸກຄົນແບ່ງປັນຄື ສິ່ງທີ່ເຮັດໃຫ້ Love Talk Workshop ເຕັມໄປດ້ວຍຄຸນຄ່າ ແລະ ຄວາມປະທັບໃຈ
ເຮົາຫວັງເປັຍຢ່າງຍິ່ງວ່າບົດຮຽນ ຂໍ້ຄິດ ແລະ ແຮງບັນດານໃຈທີ່ໄດ້ຮັບຈາກເວີກຊັອບໃຈຄັ້ງນີ້ ຈະເປັນສວນໜຶ່ງໃນການສ້າງຄວາມສຳພັນທີ່ດີຍິ່ງຂຶ້ນ ບໍ່ວ່າຈະເປັນຄອບຄົວ ເພື່ອນ ຄົນຮອບຂ້າງ ຫຼື ໃນບອນເຮັດວຽກ
ເພາະທຸກໆຄວາມສຳພັນທີ່ງົດງາມ ເລີ່ມຕົ້ນຈາກ ການສື່ສານ, ເຕີບໃຫຍດ້ວຍຄວາມເຂົ້າໃຈ ແລະ ໝັ້ນຄົງ ດ້ວຍຄວາມຈິງໃຈ 🫶✨
ຂໍຂອບໃຈທຸກໆຄົນທີ່ຮ່ວມເປັນສ່ວນໜຶ່ງຂອງການເດີນທາງຄັ້ງນີ້ ແລ້ວພົບກັນໃໝ່ໃນກິດຈະກຳຄັ້ງຕໍ່ໄປ 🪴
Co-Organized: YouthShaperz and NOVA 101 Club
Trainer: Khamlar Veeluangchan
Category
Contact the organization
Telephone
Address
Capital
Alerts
Be the first to know and let us send you an email when YouthShaperz posts news and promotions. Your email address will not be used for any other purpose, and you can unsubscribe at any time.